ວັນທີ 4 ພຶດສະພາ, ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ Moody’s, ໄດ້ຍົກລະດັບແງ່ຫວັງຂອງ ຫວຍດນາມ ຈາກລະດັບ “ເປັນປົກກະຕິ” ຂຶ້ນ “ຕັ້ງໜ້າ”, ຢັ້ງຢືນການຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດຂອງ ຫວຽດນາມ ຢູ່ລະດັບ Ba2. Moody’s ຕີລາຄາຄຸນນະພາບລະບອບລະບຽບການ ແລະ ການຄຸ້ມຄອງຂອງ ຫວຽດນາມ ພວມໄດ້ຮັບການປັບປຸງ ຢ່າງຈະແຈ້ງຜ່ານການປະຕິຮູບລະບຽບການບໍລິຫານ, ກົດໝາຍ ແລະ ພາກລັດທີ່ ເລີ່ມປະຕິບັດແຕ່ທ້າຍປີ 2024. ອົງການ Moody’s ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ສະແດງຄວາມສາມາດຟື້ນຟູຜ່ານການເຕີບໂຕເສດຖະກິດຢ່າງແຮງ ແລະ ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດແບບຍືນຍົງ, ປັບປຸງຖານະບົດບາດໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ. ເລື່ອງຢັ້ງຢືນການຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດ ຂອງ ຫວຽດນາມ ຢູ່ລະດັບ Ba2 ສ່ອງແສງໃຫ້ເຫັນການຕີລາຄາຂອງ Moody’s ສຳລັບບັນດາທ່າແຮງສຳເນົາເອກະສານໄວ້ວາງໃຈຫຼັກຂອງ ຫວຽດນາມ ຍັງຄົງໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ສືບຕໍ່ປັບປຸງລະດັບຈັດອັນດັບຄວາມໄວ້ວາງໃຈໃນປັດຈຸບັນຂອງ ຫວຽດນາມ.
