ນາງ ຫງວຽນທິຫງອກບິກ ປະທານສະຫະພັນແມ່ຍິງນະຄອນໂຮ່ຈິມິນມອບດອກໄມ້ໃຫ້ແກ່ນັກຮົບຄະນະແມ່ຍິງຂົນຂວາຍໄຊງ່ອນ-ຢາດີ້ງ

ລາຍການເພື່ອເຊີດຊູກຳລັງພະນັກງານ, ນັກຮົບຄະນະແມ່ຍິງຂົນຂວາຍໄຊງ່ອນ-ຢາດີ້ງຊຶ່ງໄດ້ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ. ທ່ານນາງ ຫງວຽນທິຫງອກບິກ ປະທານສະຫະພັນແມ່ຍິງນະຄອນໂຮ່ຈິມິນ ເວົ້າວ່າ :

“ ມື້ນີ້ຢູ່ດິນແດນ ກູຈີ ແຫ່ງວິລະຊົນ, ພວກເຮົາມີໂອກາດໄດ້ກັບຄືນຢ້ຽມຢາມເຮືອນຂອງແມ່ ຕ້າມແຮ່ງ ຊຶ່ງແມ່ນແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫງວຽນທິແຣ່ງ ໄດ້ຖະຫວາຍດອກໄມ້ທູບທຽນບູຊາ ອາໄລຫາເຖິງດວງວິນຍານບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ່ນກ່ອນໆທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດຂອງປະເທດຊາດ ”