(ກອງປະຊຸມຕີລາຄາສັງຄົມສຳລັບແຜນຮ່າງຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021 – 2030)

ບັນດາຜູ້ແທນໄດ້ຖືວ່າ, ເປົ້າໝາຍໃນແຜນຮ່າງຍຸດທະສາດພັດທະນາຊາວໜຸ່ມ ມີພື້ນຖານດ້ານນິຕິກຳ ແລະ ວິທະຍາສາດ, ພຶດຕິກຳຕົວຈິງ; ບັນດາເປົ້າໝາຍຢ່າງຈະແຈ້ງ ແລະ ມີລັກສະນະບຸລິມະສິດໃນຕໍ່ໜ້າ. ສະຫຼຸບກອງປະຊຸມ, ທ່ານ ຫງວຽນງອັກເລືອງ, ເລຂາສູນກາງຄະນະຊາວໜຸ່ມ, ຮອງຫົວໜ້າຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ໃຫ້ຮູ້ວ່າ ບັນດາຄຳເຫັນຂອງຜູ້ແທນລ້ວນແຕ່ຕີລາຄາການສ້າງຍຸດທະສາດແມ່ນມີຄວາມສຳຄັນທີ່ສຸດ, ມີຄວາມຈຳເປັນ ແລະ ຕ້ອງໄດ້ປະກາດໃຊ້ໃນໄລຍະຈະມາເຖິງໂດຍໄວ. ທ່ານ ຫງວຽນງອັກເລືອງ, ຢືນຢັນວ່າ ຍຸດທະສາດພັດທະນາຊາວໜຸ່ມຕ້ອງໄດ້ຈັດເຂົ້າໃນທີ່ຕັ້ງປະຕິບັດຄວາມຄາດຫວັງພັດທະນາປະເທດຊາດຮອດປີ 2045. ເລື່ອງສ້າງຍຸດທະສາດບໍ່ພຽງແຕ່ສະຫງວນສະເພາະໃຫ້ແກ່ຊາວໜຸ່ມເທົ່ານັ້ນ, ຫາກຍັງແມ່ນພາລະກຳຂອງຊາດອີກດ້ວຍ.