ທ່ານນາງ Carrie Lam ຜູ້ປົກຄອງເຂດບໍລິຫານພິເສດຮົ່ງກົງ (ພາບ: TTXVN)

ທ່ານ ສີຈິ້ນຜິງ ຖືວ່າ ທ່ານນາງ Carrie Lam ໄດ້ນຳໜ້າ ອຳນາດການປົກຄອງ ຮົ່ງກົງ (ປະເທດຈີນ) ໃນການນຳໃຊ້ບັນດານະໂຍບາຍ ແລະ ມາດຕະການໜູນຊ່ວຍວິສາຫະກິດ, ແກ້ໄຂບັນດາຂໍ້ຫຍຸ້ງຍາກຂອງປະຊາຊົນ, ຄົ້ນຄ້ວາບັນດາວິທີການແກ້ໄຂບັນດາຂໍ້ຄົງຄ້າງໃນສັງຄົມຢ່າງເຂັ້ມງວດ.

ລັດຖະບານຈີນຍາມໃດກໍ່ຢັ້ງຢືນວ່າ ຮົ່ງກົງແມ່ນ ເຂດບໍລິຫານພິເສດ ຂອງ ຈີນ, ບັນດາບັນຫາຂອງຮົ່ງກົງ ແມ່ນບັນດາບັນຫາພາຍໃນຂອງຈີນ. ລັດຖະບານຈີນ ມີຄວາມຕັດສິນໃຈປົກປັກຮັກສາອະທິປະໄຕແຫ່ງຊາດ, ຄວາມສະຫງົບ ແລະ ບັນດາຜົນປະໂຫຍດພັດທະນາ, ປະຕິບັດ ນະໂຍບາຍ “ປະເທດດຽວສອງລະບອບ” ແລະ ຄັດຄ້ານທຸກໆການແຊກແຊງໃດໆຈາກພາຍນອກ.

ບິກທ້ວນ - ນັກຂ່າວ vov ປະຈຳຈີນ