ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຫວາງເວິ໊ນບິນ (ພາບ: ກະຊວງການຕ່າງປະເທດຈີນ)

ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຫວາງເວິ໊ນບິນ ໄດ້ສະແດງທັດສະນະຄັດຄ້ານຢ່າງແຮງຕໍ່ເລື່ອງສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການແກ້ງແຍ້ງ ແລະ ປະດິດຄິດສ້າງ 2021, ໂດຍຖືວ່າ ຮ່າງກົດໝາຍສະບັບນີ້ ໄດ້ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີເສັ້ນທາງພັດທະນາ ແລະ ບັນດານະໂຍບາຍພາຍໃນ ແລະ ຕ່າງປະເທດຂອງ ຈີນ, ເວົ້າເກີນຄວາມຈິງກ່ຽວກັບ “ການນາບຂູ່ຂອງຈີນ” ແລະ ປຸກລະດົມສົ່ງເສີມການແກ້ງແຍ້ງຍຸດທະສາດກັບ ປັກກິ່ງ.

ໃນວັນດຽວກັນ, ກຳມາທິການພົວພັນຕ່າງປະເທດ, ສະພາແຫ່ງຊາດ ຈີນ ກໍໄດ້ຖະແຫຼງຄັດຄ້ານຢ່າງແຮງຕໍ່ຮ່າງກົດໝາຍສະບັບດັ່ງກ່າວເຊັ່ນດຽວກັນ.

ບິກທ້ວນ, ນັກຂ່າວ VOV ປະຈຳ ຈີນ.