ທ່ານ​ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ​ຮຽກ​ຮ້ອງ​ໃຫ້​ຈີນ ແລະ ເອ​ຢິບ ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ຄືນ​ລັດທິ​ພຽງ​ລຳ​ພັງ​ຝ່າຍ​ດຽວ. ທ່ານ​ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ຢັ້ງ​ຢືນວ່າ ​ຈີນ ສະ​ໜັບ​ສະ​ໜູນ​ບັນ​ດາ​ປະ​ເທດ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ສ້າງ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ໃໝ່​ໃຫ້​ພາກ​ພື້ນ, ຄັດຄ້ານ​ທຸກ​ການ​ແຊກ​ແຊງ​ຈາກ​ພາຍນອກ​ເຂົ້າ​ພາກ​ພື້ນ.

ການ​ນຳ​ຈີນ ກໍ່​ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູ​ນ​ບົດ​ບາດຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ສ​ປ​ຊ ຢູ່​ພາກ​ພື້ນ​ທີ່​ມີ, ເລັ່ງ​ໃຫ້​ບັນ​ດາ​ກຳ​ລັງ​ພາຍນອກ​ລົ​ບ​ລ້າງ​ລະ​ບົບ ມາດ​ຖານ​ຄວບຄູ່ ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ພ້ອມກັນ​ນັ້ນ, ທ່ານ​ປະ​ທານ​ປະ​ເທດ ຈີນ ກໍ່ຮຽກ​ຮ້ອງ​ມາດ​ຕະ​ການ​ຮອບ​ດ້ານ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ພາກ​ພື້ນ, ທ່ານ​ເນັ້ນ​ໜັກ​ວ່າ ປາ​ແລັດ​ສະ​ຕິນ ຍັງ​ແມ່ນ​ກົກ​ເຄົ້າ​ຂອງ​ບັນ​ຫາ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອ​ກ​ກາງ. ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ຊ່ອງ​ແຄບ​ທະ​ເລ ຮໍ​ມຸດ, ທ່ານ​ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ຢັ້ງ​ຢືນ​ຈີນ ພ້ອມ​ທີ່​ຈະ​ເຮັດ​ວຽກ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມປອດ​ໄພ​ໃຫ້​ແກ່​ບັນ​ດາ​ເສັ້ນ​ທາງ​ທະ​ເລ​ສາ​ກົນ.