(ພາບ: The Egyptian Presidency/Handout via REUTERS)
ທ່ານປະທານປະເທດ ສີຈິ້ນຜິງຮຽກຮ້ອງໃຫ້ຈີນ ແລະ ເອຢິບ ເພີ່ມທະວີຄວາມມານະພະຍາຍາມຕ້ານຄືນລັດທິພຽງລຳພັງຝ່າຍດຽວ. ທ່ານປະທານປະເທດ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ສະໜັບສະໜູນບັນດາປະເທດພາກພື້ນຕາເວັນອອກກາງ ສ້າງໂຄງປະກອບຄວາມໝັ້ນຄົງໃໝ່ໃຫ້ພາກພື້ນ, ຄັດຄ້ານທຸກການແຊກແຊງຈາກພາຍນອກເຂົ້າພາກພື້ນ.
ການນຳຈີນ ກໍ່ຮຽກຮ້ອງການສະໜັບສະໜູນບົດບາດຢ່າງມີປະສິດທິຜົນຂອງສປຊ ຢູ່ພາກພື້ນທີ່ມີ, ເລັ່ງໃຫ້ບັນດາກຳລັງພາຍນອກລົບລ້າງລະບົບ ມາດຖານຄວບຄູ່ ຢູ່ພາກພື້ນຕາເວັນອອກກາງ. ພ້ອມກັນນັ້ນ, ທ່ານປະທານປະເທດ ຈີນ ກໍ່ຮຽກຮ້ອງມາດຕະການຮອບດ້ານ ກ່ຽວກັບຄວາມໝັ້ນຄົງໃຫ້ແກ່ພາກພື້ນ, ທ່ານເນັ້ນໜັກວ່າ ປາແລັດສະຕິນ ຍັງແມ່ນກົກເຄົ້າຂອງບັນຫາຢູ່ພາກພື້ນຕາເວັນອອກກາງ. ກ່ຽວກັບຄວາມເຄັ່ງຕຶງຢູ່ຊ່ອງແຄບທະເລ ຮໍມຸດ, ທ່ານປະທານປະເທດ ສີຈິ້ນຜິງ ຢັ້ງຢືນຈີນ ພ້ອມທີ່ຈະເຮັດວຽກກັບບັນດາປະເທດໃນພາກພື້ນເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ບັນດາເສັ້ນທາງທະເລສາກົນ.
