ໃນຂໍ້ມູນທີ່ໄດ້ເອົາລົງໃນເວັບໄຊກະຊວງການຕ່າງປະເທດ ຈີນ, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ມີການພົບປະກັບທ່ານ Sergei Shoigu ເລຂາສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ ຢູ່ນອກກອງປະຊຸມຜູ້ຕາງໜ້າຂັ້ນສູງກ່ຽວກັບຄວາມໝັ້ນຄົງແຫ່ງຊາດຂອງບັນດາປະເທດ BRICS ຄັ້ງທີ 16 ຢູ່ New Delhi, ອິນເດຍ ແຕ່ວັນທີ 22 – 23 ມິຖຸນາ.
ໃນການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢັ້ງຢືນວ່າ ປັກກິ່ງ ພ້ອມແລ້ວທີ່ຈະພ້ອມກັບ ມົດສະກູ ສືບຕໍ່ເພີ່ມທະວີການປະສານສົມທົບຍຸດທະສາດຮອບດ້ານ, ຊຸກຍູ້ການພັດທະນາຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການພັດທະນາທົ່ວໂລກ.
