(ພາບປະກອບ: REUTERS/Go Nakamura)
ຕອນຄ່ຳວັນທີ 12 ກໍລະກົດ, ຈີນ ໄດ້ປະກາດຄຳກ່າວເຕືອນແດງ 2 ເທື່ອ, ເຊິ່ງແມ່ນລະດັບສູງສຸດໃນລະບົບ 4 ຂັ້ນ, ກ່ຽວກັບນ້ຳໄຫຼຊູ ແລະ ໄພທຳມະຊາດດ້ານທໍລະນີ, ເມື່ອເກີດຝົນຕົກໜັກຢ່າງລ້ຽນຕິດຢູ່ຫຼາຍເຂດພາຍຫຼັງຖືກພາຍຸ 2 ລູກທຳລາຍຢ່າງໜັກໜ່ວງ.
ຄຳກ່າວເຕືອນແດງໂດຍກະຊວງຊົນລະປະທານ ແລະ ກົມອຸຕຸນິຍົມອຸທົກກະສາດ ຈີນ ໄດ້ປະກາດໃນຕອນຄ່ຳວັນທີ 12 ກໍລະກົດ, ກ່າວເຕືອນອາດຈະເກີດນ້ຳໄຫຼຊູຢູ່ບາງເຂດຂຶ້ນກັບແຂວງ ລຽວນິງ, ຈິລິນ ແລະ ອານເຮຍ ແຕ່ເວລາ 20 ໂມງວັນອາທິດ ຮອດເວລາ 20 ໂມງຂອງວັນຈັນ. ບັນດາຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ຈີນ ຖືກພາຍຸ 2 ລູກພັດເຂົ້າບັນດາເຂດແຄມທະເລຢູ່ທາງທິດໃຕ້ ແລະ ທາງທິດຕາເວັນອອກຂອງຂອງປະເທດນີ້ຢ່າງລ້ຽນຕິດ. ໃນນັ້ນ, ພາຍຸ ບາວີ, ເປັນພາຍຸມີຄວາມແຮງທີ່ສຸດພັດເຂົ້າ ຈີນ ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ພັດເຂົ້າແຂວງ ຈຽນແຈງ 2 ຄັ້ງໃນຕອນຄ່ຳວັນທີ 11 ກໍລະກົດ ແລະ ຕອນເຊົ້າວັນທີ 12 ກໍລະກົດ, ເຮັດໃຫ້ແຂວງນີ້ໄດ້ຍົກຍ້າຍປະຊາຊົນກວ່າ 2,2 ລ້ານຄົນ.
