ວັນ​ທີ 11 ກໍ​ລະ​ກົດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີຊຽງ ມີ​ການ​ໄດ້​ເຈ​ລະ​ຈາ​ກັບ​ຄູ່​ຮ່ວມ​ມື​ຕຳ​ແໜ່ງ ທ່ານ Pak Thae Song ຢູ່​ນະ​ຄອນຫຼວງ ປັກ​ກິ່ງ. ທີ່​ການ​ເຈ​ລະ​ຈາ, ທ່ານຫຼີ​ຊຽງ ຢັ້ງ​ຢື​ນ​ ການ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຈີນ - ສ​ປ​ປ.ເກົາຫຼີ ແມ່ນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ປັກ​ກິ່ງ, ພ້ອມ​ທັງ​ສະ​ແດງ​ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ພຽງ​ຢາງ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ປັບ​ປຸງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເປີດກວ້າງ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ, ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ການ​ແພດ, ການ​ສຶກ​ສາ ແລະ ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ. ທ່ານ​ຮຽກ​ຮ້ອງ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ໃນ​ການ​ປົກ​ປ້ອງ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ກໍ່​ຄືຄວາມ​ສະ​ເໝີ​ພາບ, ຄວາມ​ຍຸ​ຕິ​ທຳ​ສາ​ກົນ. ສ່ວ​ນ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Pak Thae Song ຢັ້ງ​ຢືນ​ວ່າ ສ​ປ​ປ.ເກົາຫຼີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ ແລະ ປະ​ສານ​ສົມ​ທົບ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ.