|
|
ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານ ຢັ໊ງສວາງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາເມລິກາ ແລະ ສປປ.ເກົາຫຼີ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ວິວັດການສ້າງແຫຼມເກົາຫຼີປອດນິວເຄຼຍ. ໂດຍເປັນຝ່າຍໜຶ່ງທີ່ເຂົ້າຮ່ວມສັນຍາຢຸດສົງຄາມ, ຈີນ ຈະສວມບົດບາດຕັ້ງໜ້າເຂົ້າໃນການກໍ່ສ້າງສັນຕິພາບແບບຍາວນານຢູ່ແຫຼມເກົາຫຼີ.

