ທ່ານ Robert Lighthizer, ທ່ານ ລຽວເຄືອ ແລະ ທ່ານ Steven Mnuchin ພາບ: Kyodo/TTXVN) |
ທ່ານ ລຽວເຄືອ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະເຈລະຈາ ຈີນ ຮັບຜິດຊອບການເຈລະຈາດ້ານເສດຖະກິດຮອບດ້ານລະຫວ່າງ ຈີນ ແລະ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ.
ສື່ມວນຊົນ ຈີນ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເຫັນດີເປັນເອກະພາບແກ້ໄຂບັນດາຄວາມວິຕົກກັງວົນໃນແຕ່ລະຝ່າຍຢ່າງສົມເຫດສົມຜົນ ພ້ອມທັງຢືນຢັນວ່າ 2 ຝ່າຍໄດ້ “ສຳເລັດໂດຍພື້ນຖານ” ການປຶກສາຫາລືທີ່ມີລັກສະນະເຕັກນິກກ່ຽວກັບສ່ວນໜຶ່ງໃນຂໍ້ຕົກລົງ.

