|
(ພາບ: AFP/TTXVN) |
ໃນສະພາບທີ່ມີຂ່າວທີ່ວ່າ ທ່ານປະທານາທິບໍດີອາເມລິກາ Donald Trump ຖືວ່າ, ການເຈລະຈາກັບສປປ.ເກົາຫຼີ ພຽງຖືກດຳເນີນພາຍໃຕ້ເງື່ອນໄຂທີ່ເໝາະສົມ, ພາຍຫຼັງພຽງຢາງ ສະແດງຄວາມພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ. ໂຄສົກກະຊວງການຕ່າງປະເທດຈີນ ລຸກາງ ຢືນຢັນວ່າ, ສະພາບຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຫວ່າງມໍ່ໆມານີ້ໄດ້ຫຼຸດລົງແລ້ວ ແລະ ຈີນ ຫວັງວ່າ ສິ່ງດັ່ງກ່າວຈະໄດ້ຮັບການຮັກສາ ພາຍຫຼັງການຈັດງານມະຫາກຳກິລາລະດູໜາວ ແລະ ງານມະຫາກຳກິລາໃຫ້ຄົນພິການ (Paralympic) ຊ່ວຍໃຫ້ບັນດາຝ່າຍກັບຄືນສູ່ການແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີ ຜ່ານການເຈລະຈາ. ສິ່ງດັ່ງກ່າວແມ່ນເໝາະສົມກັບຄວາມປາດຖະໜາລວມຂອງສປປ.ເກົາຫຼີ, ສ.ເກົາຫຼີ, ຂອງບັນດາປະເທດໃນພາກພື້ນ ແລະ ສາກົນ.

