ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເຖິງ ​ທ່ານ​ປະ​ທານ​ສະ​ພາ​ສູງ ອາ​ເມ​ລິ​ກາ James David Vance ແລະ ທ່ານ​ປະ​ທານ​ສະ​ພາ​ຕ່ຳ Mike Johnson. ໃນ​ບັນ​ດາ​ສານ​ຊົມ​ເຊີຍ, ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຫວຽດ​ນາມ ໄດ້ຊົມເຊີຍຜົນ​ງານ​ອັນຍິ່ງ​ໃຫຍ່ໂດຍ​ນຳ ອາ​ເມ​ລິ​ກາ ກາຍ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ແຖວ​ໜ້າ​ໂລກ ພາຍ​ຫຼັງ ¼ ສະ​ຫັດ​ສະ​ວັດ; ຢືນ​ຢັນ​ຄືນ​ໃໝ່​ເລື່ອງ ຫວຽດ​ນາມ ຖື ອາ​ເມ​ລິ​ກາ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄ​ູ່​ຮ່ວມ​ມືທີ່​ມີ​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດ; ປາ​ດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ເຮັດ​ໃຫ້​ກາ​ນ​ພົ​ວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​​ເລິກ​ເຊິ່ງກວ່າ​ອີກ…

ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ເລ​ຮ​ວ່າຍ​ຈຸງ ກໍ່​ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພ​ອນ​ເຖິງ ​ທ່ານ​ລັດ​ຖ​ະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Marco Rubio ເຊັ່ນ​ດຽວ​ກັນ.