ກໍ​ໃນ​ວາ​ລະ​ອັດ​ກອ​ງ​ປະ​ຊຸມ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຮຽກ​ຮ​້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ສືບ​ຕໍ່​ເສີມ​ຂ​ະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດ; ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ຮ່ວມ​ແຮງ​ຮ່ວມ​ໃຈ; ຍົກ​ສູງ​ເຈດ​ຈຳ​ນົງ​ເພີ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ນະ​ວັດ​ຕະ​ກຳ, ປະ​ດິດ​ຄິດ​ສ້າງ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຕັດ​ສິນ​ໃຈ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢ່າງ​ມີ​ໄຊ.

ໃນ​ວາ​ລະ​ເຮັດ​ວຽກ​ຂອງ​ຕອນ​ບ່າຍ ກ່ອນ​ເວ​ລາ​ອັດ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຮັບ​ເອົາ​ຄຳ​ເຫັນ, ອະ​ພິ​ປາຍ​ຄຳ​ເຫັນ​ຂອງ​ສູນ​ກາງ​ປຶກ​ສາ​ຫາ​ລື​ສຳ​ລັບ​ກຸ່ມ​ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າງ​ພັກ; ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ; ​ກ່ຽວ​ກັບ​ການ​ກໍ່​ສ້າງ​ສັງ​ຄົມ​ປອດ​ໄພ ແລະ ຄວາມ​ສະ​ຫງົບ​ແຫ່ງ​ຊາດ. ສູນ​ກາງ​ໄດ້​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ ແລະ ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາກງ​ພັກ​ຊຸດ​ທີ XIV.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ມີ​ຄວາມ​ຕົກ​ລົງ​ເປ​ັນ​ເອ​ກະ​ພາບ​ສູງ​ຕໍ່ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່ຫຼາຍ​ສະ​ບັບ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ, ລະ​ບົບ​ການ​ເມືອງ, ການ​ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

​ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ເນື້ອ​ໃນ​ເອ​ກະ​ສານ​ສຳ​ຄັນຫຼາຍ​ສະ​ບັບ, ໃນ​ນັ້ນມີ: ມະ​ຕິ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ພັດ​ທະ​ນາ​ ຫວຽດ​ນາມ; ມະ​ຕິ​ວ່າ​ດ້ວຍ​ການ​​ສ້າງ ແລະ ພັດ​ທະ​ນາ ຫວຽດ​ນາມ ກາຍ​ເປັນປະ​ເທດ​ທະ​ເລ​ທີ່​ເຂັ້ມ​ແຂງ; ບົດ​ສະຫຼຸບ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ສືບ​ຕໍ່​ປັບ​ປຸງ, ເຄື່ອນ​ໄຫວ​ຮູບ​ແບບ​ຈັດ​ຕັ້ງ​ສັງ​ລວມ​ຂອງ​ລະ​ບົບ​ການ​ເມືອງ​, ຮູບ​ແບບ​ອຳ​ນາດ​ການ​ປົ​ກ​ຄອງ​ທ້ອງ​ຖິ່ນ 2 ຂັ້ນ ໃຫ້​ສົມ​ບູບ​ແບບ.