ນະຄອນ ດ່າໜັງ ພວມສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ບັນດາໂຄງການລົງທຶນເອກະຊົນ; ພ້ອມກັນນັ້ນ, ສຸມໃສ່ຜັນຂະຫຍາຍບັນດາກຳລັງໜູນເຕີບໂຕໃໝ່, ສ້າງທ່າພັດທະນາໃຫ້ແກ່ນະຄອນໃນປີ 2026 ກໍຄືໄລຍະ 2026 – 2030. ກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍບັນດາເຂດການຄ້າເສລີ, ທ່ານນາງ ເລແທັງຕຸ່ງ, ຮອງຫົວໜ້າພະແນກການເງິນ ນະຄອນ ດ່າໜັງ ໃຫ້ຮູ້ວ່າ:
“ບັນດາເຂດການຄ້າເສລີ FTZ ເລກທີ 2,3,4 ພວມດຶງດູດການລົງທຶນ ແລະ ໄດ້ຮັບການຜັນຂະຫຍາຍຕາມຂັ້ນຕອນ. ໃນເບື້ອງຕົ້ນ, ສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ດ່າໜັງ ໄດ້ສຳເລັດການຈັດຕັ້ງກົງຈັກ, ໄລ່ຮອດປັດຈຸບັນມີ 12 ສະມາຊິກສົມບູນ ແລະ ໄດ້ຕົກລົງຮັບຮອງແຜນນະໂຍບາຍໃຫ້ 11 ນັກລົງທຶນທີ່ມີຄວາມສົນໃຈແລ້ວ”
