|
(ພາບ: TTXVN) |
ນີ້ແມ່ນບັນດາໝູ່ຄະນະ, ສ່ວນບຸກຄົນທີ່ເປັນແບບຢ່າງໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈີນິນ. ບັນດາເພື່ອນໜຸ່ມໄດ້ນຳໜ້າໃນການຜ່ານຜ່າຄວາມຫຍຸ້ງຍາກເພື່ອຮ່ຳຮຽນ, ເຄື່ອນໄຫວອາສາສະໝັກ, ຄົ້ນຄວ້າວິທະຍາສາດ, ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່… ທ້າວ ເລແທັງບິ່ງ, ເຊິ່ງແມ່ນຊາວໜຸ່ມໄດ້ຮັບການຍ້ອງຍໍໃນຄັ້ງນີ້, ໃຫ້ຮູ້ວ່າ.
“ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈກ່ຽວກັບຜົນງານສ່ວນຕົວທີ່ໄດ້ຮັບການຮັບຮູ້. ໃນການປະຕິບັດງານ, ຍາມໃດຂ້າພະເຈົ້າ ກໍ່ມານະພະຍາຍາມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງຄະນະຊາວໜຸ່ມ; ຕັ້ງໃຈຮ່ຳຮຽນຢ່າງບໍ່ຢຸດຢັ້ງ ກໍຄືເຂົ້າຮ່ວມບັນດາການເຄື່ອນໄຫວປະດິດຄິດສ້າງຄົ້ນຄວ້າວິທະຍາສາດ…”

