ໃນຈຸດເວລານີ້, ຢູ່ກິດຈະກຳກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າລະຫວ່າງຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ດັກກະຣົງ, ຕາແສງ ດັກກະຣົງ, ແຂວງ ກວາງຈິ້, ກຳມະກອນໄດ້ເຮັດວຽກທັງເວັນ ແລະ ຄືນ. ນັກປະມູນໄດ້ລະດົບຄົນງານຫຼາຍສຸດທຳການກໍ່ສ້າງທັງຊ່ວງວັນພັກໃນໂອກາດວັນຊາດທີ 2 ກັນຍາ ເພື່ອກໍ່ສ້າງບັນດາກິດຈະກຳຍ່ອຍໃຫ້ສຳເລັດ, ສູ້ຊົນນຳໂຮງຮຽນເຂົ້າໃຊ້ການ ແລະ ຈັດການພິທີເປີດສົກຮຽນໃໝ່ໃນວັນທີ 05 ກັນຍາ.
ທ່ານ ໂງຮຶວເລິມ, ກຳມະກອນບໍລິສັດກໍ່ສ້າງເລກ 8 ຈຳກັດ, ພວມດຳເນີນການກໍ່ສ້າງໃນກິດຈະກຳ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກຳນົດວ່າ ໄລຍະເວລາບໍ່ມີຫຼາຍອີກ ສະນັ້ນເຖິງວ່າໃນຊ່ວງວັນພັກສະເຫຼີມສະຫຼອງວັນຊາດກໍ່ຕາມ, ໃນສະຖານທີ່ກໍ່ສ້າງກຳມະກອນຍັງຄົງເຮັດວຽກຢູ່. ຜູ້ໃດກໍ່ຫວັງວ່າ ກິດຈະກຳຈະກໍ່ສ້າງສຳເລັດຖືກກັບເວລາ ເພື່ອໃຫ້ພວກນ້ອງນັກຮຽນຢູ່ເຂດພູສູງມີໂຮງຮຽນຫຼັງໃໝ່, ມີບ່ອນຢູ່ບ່ອນກິນ, ມີຫ້ອງຮຽນໃຫຍ່ໂຕສວຍງາມໃນສົກຮຽນນີ້”.
ໂຮງຮຽນສາມັນກິນນອນຊົນເຜົ່າລະຫວ່າງຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ດັກກະຣົງ, ສາມາດຮັບນັກຮຽນກວ່າ 1.000 ຄົນເຂົ້າຮຽນ. ໄລ່ຮອດວັນທີ 27 ສິງຫາ, ປະລິມານວຽກງານທີ່ປະຕິບັດແລ້ວແມ່ນ 85%. ພ້ອມກັບກິດຈະກຳນີ້, ໃນບໍລິເວນແຂວງ ກວາງຈິ້ ກໍ່ພວມດຳເນີນການກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າລະຫວ່າງຊັ້ນຢູ່ຕາແສງ ເຮອງຟຸ່ງ, ຕາແສງ ເຍິນຮວ໊າ ແລະ ເທື້ອງແຈກ.
