ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ການ​ແຂ່ງຂັນ​ປີ​ນີ້, ນັກ​ດົນ​ຕີ ຫງວຽນ​ດຶກ​ຈິ້ງ, ປະ​ທານ​ສະ​ມາ​ຄົມ​ນັກ​ດົນ​ຕີ ຫວຽດ​ນາມ, ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ DIFF 2026 ຖື​ວ່າ ບັນ​ດາ​ທິມ​ເຂົ້າ​ຮ່ວມ​ລ້ວນ​ແຕ່​ມີ​ການ​ລົງ​ທຶນ, ປ່ຽນ​ແປງ​ໃໝ່ ແລະ ປະ​ດິດ​ຄິດ​ສ້າງ​ໃນ​ວິ​ທີ​ການ​ສ້າງ​ເນື້ອ​ໃນ​ສະ​ແດງ. ມີຫຼາ​ຍ​ທິມ​ໄດ້​ແນະ​ນຳ​ບັນ​ດາ​ເລື່ອງ​ລາວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ ແລະ ມີ​ສີ​ສັນ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຜ່ານ​ສິ​ລະ​ປະ​ຍິ​ງ​ບັ້ງ​ໄຟ​ດອກ.

ຕາມ​ແຜນ​ການ​ແລ້ວ, ການ​ແຂ່ງ​ຂັນ​ໃນຄ່ຳ​ຄືນ​ຕໍ່​ໄປ​ຂອງ DIFF 2026 ຈະ​ດຳ​ເນີນ​ໃນ​ວັນ​ທີ 27 ມິ​ຖຸ​ນາ ດ້ວຍ​ການ​ແຂ່ງ​ຂັນ​ລະ​ຫວ່າງ ອົ​ດ​ສະ​ຕາ​ລີ ແລະ ປອກ​ຕຸຍ​ການ ຕາມ​ຫົວ​ຂໍ້ “ວິ​ໄສ​ທັດ” ແລະ ຮອບ​ຊິງ​ຊະ​ນະ​ເລີດ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 17 ກໍ​ລະ​ກົດ.