ເນື່ອງໃນໂອກາດວັນລະນຶກ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ແຂວງ ຮຶງອຽນ ໄດ້ດຳເນີນລາຍການສະແດງພິເສດດ້ວຍ show ສິລະປະ “ດິນແດນແຫ່ງວິລະຊົນ” ທີ່ສະຫງວນໃຫ້ແກ່ນັກຮົບເກົ່າ 211 ທ່ານຂອງສະມາຄົມມູນເຊື້ອ ເຈື່ອງເຊີນ (ສາຍພູຫຼວງ) ແລະ ສະມາຄົມອະດີດທະຫານປະຊາຊົນອາສາສະໝັກ ຫວຽດນາມ ຢູ່ລາວ. ບໍ່ພຽງແຕ່ແມ່ນການຮັບຊົມການສະແດງສິລະປະ, ລາຍການໄດ້ກາຍເປັນການພົບປະລະຫວ່າງອະດີດຕະການ ແລະ ປັດຈຸບັນ, ເມື່ອບັນດາຜູ້ເຄີຍໄດ້ຜ່ານສົງຄາມ, ເຄີຍປະກອບສ່ວນສ້າງໜ້າປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ໄດ້ຮັບຊົມຄືນກ່ຽວກັບວິວັດການ 4.000 ປີແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດ ຫວຽດນາມ ດ້ວຍລາຍການສະແດງບົນເວທີ. ຜ່ານລາຍການສະແດງພິເສດທີ່ສະຫງວນໃຫ້ບັນດານັກຮົບເກົ່າ, ລາຍການ “ດິນແດນແຫ່ງວິລະຊົນ” ບໍ່ພຽງແຕ່ນຳມາເຊິ່ງການຮັບຊົມລາຍການສະແດງສິລະປະທີ່ໃໝ່ອ່ຽມເທົ່ານັ້ນ ຫາກຍັງກາຍເປັນພື້ນທີ່ເພື່ອໃຫ້ລຸ້ນຄົນໃນປັດຈຸບັນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ອຸທິດສ່ວນໃຫ້ແກ່ເອກະລາດ, ເສລີພາບຂອງຊາດ.
