ເສັ້ນທາງຫລວງເຊື່ອມຕໍ່ ເມືອງ Magelang ແລະ ເມືອງ Purworejo ຢູ່ແຂວງນີ້ກໍ່ຖືກຖົມດິນ ເຮັດໃຫ້ເສັ້ນທາງຄົມມະນາຄົມຢູ່ເຂດນີ້ຖືກຢຸດສະງັກ. ທ່ານ Edy Susanto ຜູ້ຮັກສາການ ຫົວຫນ້າອົງການບັນເທົາໄພທຳມະຊາດເມືອງ Magelang ໃຫ້ຮູ້ວ່າ: ດິນຫີນເຊາະເຈື່ອນແມ່ນສູງເຖິງ 1-3 ແມັດ ສະນັ້ນອົງການນີ້ພວມລະດົມບັນດາພາຫະນະເຮັດອະນາໄມເພື່ອເຮັດໃຫ້ເສັ້ນທາງກັບຄືນສູ່ປົກກະຕິ ໂດຍໄວ.