ລາຍການສະແດງສິລະປະປິດທ້າຍພິທີອັດຄ້າຍພັກແລ້ງ

(ພາບ: Hong Tam/Vietnam+)

ກ່າວຄໍາເຫັນທີ່ພິທີອັດ, ທ່ານ ຫງວຽນແອັງຕູ໋, ປະທານສະມາຄົມນັກສຶກສາຫວຽດນາມຢູ່ຮຸງກາຣີ, ຫົວໜ້າຄະນະຈັດຕັ້ງຄ້າຍພັກແລ້ງ ປີ 2018, ໄດ້ຊີ້ແຈ້ງວ່າ: ຄ້າຍພັກແລ້ງປີນີ້ ໄດ້ປະສົບຜົນສໍາເລັດຢ່າງຈົບງານ ດ້ວຍຫຼາຍລາຍການ ແລະ ການເຄື່ອນໄຫວທີ່ມີປະໂຫຍດ, ອັນໄດ້ຊ່ວຍໃຫ້ບັນດາຊາວໜຸ່ມ - ນັກສຶກສາຫວຽດນາມ ທີ່ຮໍ່າຮຽນຢູ່ຫຼາຍປະເທດໄດ້ມາເຕົ້າໂຮມກັນ, ທໍາຄວາມລຶ້ງເຄີຍ, ຖອດຖອນບົດຮຽນທີ່ລໍ້າຄ່າໃນການສຶກສາຮໍ່່າຮຽນກໍຄືໃນການດໍາລົງຊີວິດ.

ທີ່ພິທີີອັດ, ຜູ້ຕາງໜ້າຄະນະຈັດຕັ້ງຄ້າຍພັກແລ້ງ ຊາວໜຸ່ມ - ນັກສຶກສາຫວຽດນາມ ທົ່ວ ເອີຣົບໄດ້ມອບສິດເປັນເຈົ້າພາບຈັດຄ້າຍພັກແລ້ງປີ 2019 ໃຫ້ແກ່ສະມາຄົມນັກສຶກສາຫວຽດນາມ ທີ່ຮໍ່າຮຽນຢູ່ໂຮນລັງ.