ໃນ​ຂອບ​ເຂດ​ງານ​ບຸນ​ໝາກຖົ່ວລຽນ ດັກ​ລັກ ປີ 2026, ຕອນ​ບ່າຍ​ວັນ​ທີ 15 ສ​ິງ​ຫ​າ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ ​ແລະ ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ ຈຳ​ປາ​ສັກ, ລາວ ໄດ້​ລົງ​ນາມ​ໃນ​ຂໍ​້​ຕົກ​ລົງ​ຮ່ວມ​ມືໄລ​ຍະ 2026 – 2030, ສືບ​ຕໍ່​ຫັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ທ້ອງ​ຖິ່ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ຕາມນັ້ນ​ແລ້ວ, 2 ແຂວງຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຜ​ະ​ລິດ, ປຸງ​ແຕ່ງ​ຜະ​ລິ​ດ​ຕະ​ພັນ​ກ​ະ​ເສດ ແລະ ສ້າງ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ລວມ. ດັກ​ລັກ ແລະ ຈຳ​ປາ​ສັກ ສູ້​ຊົນ​ນຳ​ມ​ູນ​ຄ່າ​ການ​ຄ້າ - ການ​ບໍ​ລິ​ການ 2 ຝ່າຍ​ໃຫ້​ເພີ່ມ​ຂຶ້ນ​ແຕ່ 15 – 20% ໃນ​ແຕ່​ລະ​ປີ ແລະ ຊຸກ​ຍູ້​ການ​ສ້າງ​ໂຄງ​ການ​ລົງ​ທຶນ​ແຕ່ 5 – 10 ໂຄງ​ການ​ໃນ​​ເວ​ລາ 5 ປີ.

ທ່ານ​ ຫງວຽນ​ທຽນ​ວັນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ, ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຈະ​ກາຍ​ເປັນ​ກຳ​ລັງ​ໜູນ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ແຂວງ, ຜ່ານ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ເປີດກວ້າງ​ການ​ຄ້າ, ສົ່ງ​ເສີມ​ການ​ລົງ​ທຶນ, ແບ່​ງ​ປັນ​ປະ​ສົບ​ການ​ໃນ​ການ​ຜະ​ລິດ, ປຸງ​ແຕ່ງ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ແລະ ສ້າງ​ບັນ​ດາ​ໂຄງ​ການ, ລາຍ​ການ​ຮ່ວມ​ມື​ໃຫ້​ເໝາະ​ສົມ​ເທື່ອ​ລະ​ກ້າວ ດ້ວຍ​ທ່າ​ແຮງ​ຂອງ​ແຕ​່​ລະ​ທ້ອງ​ຖິ່ນ”.

ພ້ອມ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, 2 ແຂວງ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ແລກ​ປ່ຽນ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນມ​ະ​ນຸດ; ຮັກ​ສາ​ການ​ພົບ​ປະ​ແລກ​ປ່ຽນວັດ​ທະ​ນະ​ທຳ, ການ​ສຶກ​ສາ, ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ດ້ານ​ຄວ​າມ​ໝັ້ນ​ຄົງ....