ວັນ​ທີ 07 ສິງ​ຫາ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ດັກ​ລັກ ໄດ້​ສົມ​ທົບ​ກັບ​ສະ​ໂມ​ສອນ​ຫົວ​ໜ້າ Sales ແລະ Marketing ​ຫວຽດ​ນາມ (CSMO ​ຫວຽດ​ນາມ) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສ້າງ​ເຄື່ອງ​ໝາຍ​ຈຸດ​ນັດ​ພົບ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ.

ລາຍ​ການ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ດັກ​ລັກ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ 6 ເດື​ອນ​ຕົ້ນ​ປີ 2026, ດັກ​ລັກ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ປະ​ມານ 5,33 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນກວ່າ 37% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງປີກາຍ. ໃນ​ນັ້ນ, ແຂກ​ທ່ອງ​ທ່ຽ​ວ​ສາ​ກົນ​ບັນ​ລຸ 78.500 ເທື່ອ​ຄົນ, ເພີ່ມ​ຂຶ້ນ​ເກືອບ 38%. ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ໃນ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ແຂວງ, ທ່ານ ຫງວຽນ​ເລ​ວູ, ຮອງ​ຫົ​ວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ດັກ​ລັກ, ໃຫ້​ຮູ້​ວ່າ:

“ບັນ​ດາຄວາມ​ຮູ້​ຈາກກອງ​ປະ​ຊຸມນີ້​ຈະ​ຊ່ວຍ​ໃຫ້​ທ້ອງ​ຖິ່ນ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ. ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ ພວກ​ເຮົາ​ນຳ​ມາ​ເຊິ່ງ​ສິ່ງ​ໃດ​ໃຫ້​ແກ່​ແຂ​ກ​ທ່ອງ​ທ່ຽວ; ແລະ ເມື່ອ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເຂົາ​ເຈົ້າ​ຈະ​ເກັບ​ເອົາ​ສິ່ງ​ໃດ​ໃຫ້​ແກ່​ຕົນ​ເອງ. ຜ່ານນັ້ນ, ທ້ອງ​ຖິ່ນ​ຈະ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ຈຸດ​ນັດ​ພົບ​ຂອງ​ຕົນ​ກວ່າ”.