ໃນຕອນບ່າຍ ຂອງວັນທີ 24/8, ຢູ່ ຮ່າໂນ້ຍ, ກອງປະຊຸມ ວິສາມັນ ຄັ້ງທີ ປະ​ຖົມ​ມະ​ເລິກ, ສະພາແຫ່ງຊາດ ຊຸດທີ XVI ໄດ້ອັດລົງ ຢ່າງເປັນທາງການ ພາຍຫຼັງ ດຳເນີນການປະຊຸມ 2 ໄລ​ຍະ ເປັນເວລາ 17 ວັນເຮັດວຽກ. ວາລະອັດກອງປະຊຸມ ໄດ້ຮັບການຖ່າຍທອດສົດ ທາງວິທະຍຸ ແລະ ໂທລະພາບ ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ໂທລະພາບ ຫວຽດນາມ.

ດ້ວຍໜ້າທີ່ຈຸດສຸມ ແມ່ນວຽກງານນິຕິບັນຍັດ ແລະ ການຕັດສິນ ບັນດາບັນຫາ ສຳຄັນ ຂອງປະເທດຊາດ ຕາມຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ກອງປະຊຸມ ໄດ້ສະແດງໃຫ້ເຫັນ ຄວາມຕັດ​ສິນ​ໃຈດ້ານການເມືອງ, ຈິດໃຈເປັນເຈົ້າການ, ການກະທຳຢ່າງເດັດ​ຂາດ ແລະ ແທ້ຈິງ ຂອງສະພາແຫ່ງຊາດ, ລັດຖະບານ, ບັນດາອົງການ ໃນການຫັນ ບັນດາແຜ​ນ​ນະ​ໂຍ​ບາຍຂອງພັກເປັນລະ​ບອບລະບຽບການ ແລະ ການຈັດຕັ້ງປະຕິບັດໃນທັນທີ, ຕອບສະໜອງ ຄວາມຮຽກ​ຮ້ອງ​ຕ້ອງ​ການ, ຄວາມມຸ່ງຫວັງ ຂອງປະຊາຊົນ, ວິສາຫະກິດ, ໂດຍບໍ່ຊັກຊ້າ ແລະ ບໍ່​ໃຫ້​ພາດໂອກາດ ພັດທະນາ ຂອງປະເທດຊາດ.ກ່າວອັດກອງປະຊຸມ, ທ່ານປະທານສະພາ ແຫ່ງຊາດ ເຈີ່ນແທັ​ງ​ເໝິ້ນ ໄດ້ເນັ້ນໜັກວ່າ:

“ສະພາແຫ່ງຊາດ ໄດ້ພິຈາລະນາ ​ຕົກ​ລົງ ຮັບຮອງເອົາ 7 ມະຕິສຳຄັນ ທີ່ມີຄວາມໝາຍ ຍຸດທະສາດ ຕໍ່ກັບ ການພັດທະນາ ຂອງປະເທດຊາດ, ເປີດສະ​ຖານ​ທີ່ ການພັດທະນາ ໃໝ່, ຊຸກຍູ້ ການເຊື່ອມຕໍ່ ພື້ນຖານໂຄງລ່າງ, ຮັບປະກັນ ຄວາມໝັ້ນຄົງດ້ານພະລັງງານ, ພັດທະນາ ຕົວເມືອງ, ຍົກສູງ ປະສິດທິຜົນ ການນຳໃຊ້ ບັນດາແຫຼ່ງກຳລັງ ພັດທະນາ ແລະ ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕບັນ​ລຸ​ລະ​ດັບສອງຕົວເລກ. ເພື່ອໃຫ້ ບັນດານະ​ໂຍ​ບາຍ​ຊີ້​ຂາດ ຂອງສະພາແຫ່ງຊາດ ເຂົ້າຊີວິດຕົວຈິງໂດຍໄວ, ວຽກງານ ຈັດຕັ້ງປະຕິບັດ ຈຳເປັນຕ້ອງໄດ້ຮັບ ການຜັນຂະຫຍາຍ ຢ່າງຮອບດ້ານ, ຮີບດ່ວນ, ມີ​ແບບ​ມີ​ແຜນ, ສະເໜີໃຫ້ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນເຈົ້າການ ປະກາດໃຊ້ ບັນດາເອ​ກະ​ສານ ຢ່າງຄົບຖ້ວນ ຕາມສິດອຳນາດ ແລະ ກະກຽມ ບັນດາເງື່ອນໄຂ ທີ່ຈຳເປັນເພື່ອປະຕິບັດບັນດາກົດໝາຍ, ມະຕິ ໃນທັນທີ ຕັ້ງແຕ່ເວລາທີ່ມີຜົນບັງຄັບໃຊ້.”