ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ໃນວາລະອັດກອງປະຊຸມ, ຄະນະບໍລິຫານງານ, ຄະນະປະຈຳ, ຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊຸດທີ 11 ອາຍຸການ 2017 – 2022 ໄດ້ສະເໜີຕົວຕໍ່ກອງປະຊຸມໃຫຍ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

ປະເທດຊາດໄດ້ຝາກວາງຄວາມເຊື່ອໝັ້ນຕໍ່ລຸ້ນໜຸ່ມ, ໄວໜຸ່ມທົ່ວປະເທດ ຈົ່ງກຽມຈິດກຽມໃຈ ແລະ ອຸທິດສ່ວນໃຫ້ການຮ່ຳຮຽນ, ອອກແຮງງານຈົນສຸດຄວາມສາມາດຂອງຕົນ ເພື່ອແກ້ໄຂ, ປະກອບສ່ວນເຂົ້າໃນການຕ້ານຄວາມຖອຍຫລັງ, ຕ້ານບັນດາໄພອັນຕະຫລາຍອື່ນໆ. ແລະ ບັນດາສະຫາຍ ແມ່ນຜູ້ອຸທິດສ່ວນ, ແມ່ນຜູ້ນຳໜ້າ ແລະ ແມ່ນຈິດໃຈບຸກໜ້າຂອງ ຊາວໜຸ່ມ.

ຄະນະປະຈຳສູນກາງຄະນະຊາວໜຸ່ມຊຸດທີ 11 ລວມມີກຳມະການ 31 ທ່ານ; ເລືອກຕັ້ງຜູ້ແທນ 4 ທ່ານເຂົ້າຄະນະເລຂາສູນກາງຄະນະຊາວໜຸ່ມຊຸດທີ 11. ທ່ານ ເລກວກຟອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທີ 1 ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊຸດທີ 11 ອາຍຸການ 2017 – 2022.

ດ້ວຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ທ່ານ ເລກວກຟອງ ເລຂາທີ 1 ຊຸດທີ 11 ພ້ອມກັນລົງນາມໃນມະຕິກ່ຽວກັບກົດລະບຽບສົມທົບວຽກງານຂອງ ລັດຖະບານ ແລະ ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄລຍະປີ 2017 – 2022.