ທ່ານນາງຮອງປະທານປະເທດ ດັ້ງທິງັອກທິງ |
ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແມ່ນເວທີປາໄສສຳຄັນ ຊ່ວຍເພີ່ມທະວີການເຊື່ອມຕໍ່ແມ່ຍິງໃນທົ່ວໂລກ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ. ທ່ານນາງຮອງປະທານປະເທດ ດັ້ງທິງັອກທິງ ປາດຖະໜາວ່າ: ພາຍຫລັງກອງປະຊຸມຄັ້ງນີ້ ບັນດານັກການເມືອງເພດຍິງ, ນັກທຸລະກິດ ຍິງມີບັນດາການປະກອບສ່ວນຕື່ມອີກ ໃຫ້ແກ່ບັນດາການເຄື່ອນໄຫວຂອງວິສາຫະກິດ, ພື້ນຖານເສດຖະກິດຂອງແຕ່ລະປະເທດ ແລະ ພື້ນຖານເສດຖະກິດໂລກ.

