ວັນ​ທີ 07 ສິງ​ຫາ, ຢູ່ ກີ​ກິດ​ສະ​ຖານ (Kyrgyzstan) ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ, ສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດກໍ່​ກວດ​ກາ​ຄືນ​ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື, ໃນນັ້ນ​ມີ​ ຫວຽດ​ນາມ.

ທີ່ກອງ​ປະ​ຊຸມ, ຫົວຂໍ້​ກ່ຽວ​ກັບທັນ​ຍາ​ຫານກໍ່​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ເລິກ​ເຊິ່ງ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສະ​ພາບ​ຂາດ​ນ້ຳ. ໃນ​ຂົງ​ເຂດ logistics, EAEU ສືບ​ຕໍ່​ຊຸກ​ຍູ້​ການ​ຫັນ​ການ​ຂົນ​ສົ່ງ​ທາງ​ລ​ົ​ດ​ໄຟ​ເປັນ​ດີ​ຈີ​ຕອນ. ນອກນັ້ນ, ກອງ​ປະ​ຊຸມກໍ່​ກວດ​ກາ​ຄືນ​ຄວາ​ມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ພວມ​ມີ​ຜົນ​ສັກ​ສິດ​ຂອງ EAEU ຕໍ່ ຫວຽດ​ນາມ, ອີ​ຣານ ແລະ ເຊັກ​ເບຍ, ໃນ​ນັ້ນ​ສຸມ​ໃສ່​ແກ້​ໄຂ​ຮົ້ວ​ກີດ​ຂ​ວາງ​ດ້ານ​ພາ​ສີ, ປອດ​ພາ​ສີ.

ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ຝ່າຍ​ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ 6 ສະ​ບັບ, ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ມ​ີ​ຂໍ້​ຕົກ​ລົງ 3 ສະ​ບັບ​ກ່ຽວ​ກັບ​ການ​ຄ້າ​ເອ​ເ​ລັກ​ໂຕ​ນິກ, ການປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜ​ູ້​ຂາຍ ແລະ ຜ​ູ້​ຊື້, ຜ່ານນັ້ນ​ຊຸກ​ຍູ້​ການ​ຮ່ວມ​ມື​ລົງ​ທຶນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວມ EAEU.