ຮອດ​ເດືອນ ສິງ​ຫາ 2026, ທ້ອງ​ຖິ່ນ ໄດ້​ຈັດ​ແບ່ງ​ຈຳ​ນວນ​ເງິນ​ກວ່າ 552 ຕື້​ດົ່ງ (ປະ​ມານ 21,14 ຕື້​ໂດລາ​ສະ​ຫະ​ລັດ​) ໃຫ້​ແກ່​ໂຄງ​ການ​ກໍ່​ສ້າງ​ໂຮງ​ຮຽນເຂດ​ຊາຍ​ແດນ​. 7 ໂຮງ​ຮຽນ ໄດ້​ກໍ່​ສ້າງ​ສຳ​ເລັດ​, ກຽມ​ພ້ອມ​ນຳ​ເຂົ້າ​ເຄື່ອນ​ໄຫວ​.

​ທ່ານ ເຢືອງ​ວັນ​ຖັ໋ງ​, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ ປະ​ຖົມ ແລະ ມັດ​ທະ​ຍົມຕອນຕົ້ນ ລົກ​ອານ (ຕາ​ແສງ ເຕີນ​ຕ໋ຽນ​, ນະ​ຄອນ ດົ່ງ​ນາຍ​), ໃຫ້​ຮູ້​ວ່າ​:

“​ທາງ ໂຮງ​ຮຽນ ພວມ​ກະ​ກຽມ​ບັນ​ດາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ ສຳ​ລັບ​ເຮືອນຄົວລວມ​, ເຂດພັກ​ຂອງ​ພວກ​ນ້ອງ​. ​ເຮືອນຄົວລວມ ມີ​ເຕົາ​ໄຟ​, ມີ​ໂຕະ​ຕັ່ງ ແລະ ມີ​ບັນ​ດາ​ເຄື່ອງ​ຂອງ​ຄົບ​ຖ້ວນ​ເພື່ອ​ຮັບ​ໃຊ້​ພວກ​ນ້ອງ​ແລ້ວ​”.

​ເ​ລື​ື່ອງ​ນຳ​ຮູບ​ແບບເຄິ່ງ​ກິນ​ນອນ​ເຂົ້າ​ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ ໄດ້​ແກ້​ໄຂ​ຄວາມ​ກົດ​ດັນ​ອັນໃຫຍ່ຫຼວງໃຫ້​ປະ​ຊາ​ຊົນ​. ກ່ອນ​ ​ນັ້ນ​, ການ​ເດີນ​ທາງ​ແຕ່ເຮືອນໄປຫາ​ໂຮງ​ຮຽນ​ແມ່ນໄກ ເຊິ່ງໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ພໍ່​ແມ່​ນັກ​ຮຽນ​. ເລື່ອງ​ນັກ​ຮຽນ​ມີ​ບ່ອນ​ກິນ​, ບ່ອນ​ພັກ ໄດ້ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ອອກ​ແຮງ​ງານ​, ທຳ​ການ​ຜະ​ລິດ​.