(ພາບ:Thiên Lý/VOV-TP.HCM)
ຮອດເດືອນ ສິງຫາ 2026, ທ້ອງຖິ່ນ ໄດ້ຈັດແບ່ງຈຳນວນເງິນກວ່າ 552 ຕື້ດົ່ງ (ປະມານ 21,14 ຕື້ໂດລາສະຫະລັດ) ໃຫ້ແກ່ໂຄງການກໍ່ສ້າງໂຮງຮຽນເຂດຊາຍແດນ. 7 ໂຮງຮຽນ ໄດ້ກໍ່ສ້າງສຳເລັດ, ກຽມພ້ອມນຳເຂົ້າເຄື່ອນໄຫວ.
ທ່ານ ເຢືອງວັນຖັ໋ງ, ຮອງຜູ້ອຳນວຍການໂຮງຮຽນ ປະຖົມ ແລະ ມັດທະຍົມຕອນຕົ້ນ ລົກອານ (ຕາແສງ ເຕີນຕ໋ຽນ, ນະຄອນ ດົ່ງນາຍ), ໃຫ້ຮູ້ວ່າ:
“ທາງ ໂຮງຮຽນ ພວມກະກຽມບັນດາເຄື່ອງຂອງທີ່ຈຳເປັນ ສຳລັບເຮືອນຄົວລວມ, ເຂດພັກຂອງພວກນ້ອງ. ເຮືອນຄົວລວມ ມີເຕົາໄຟ, ມີໂຕະຕັ່ງ ແລະ ມີບັນດາເຄື່ອງຂອງຄົບຖ້ວນເພື່ອຮັບໃຊ້ພວກນ້ອງແລ້ວ”.
ເລືື່ອງນຳຮູບແບບເຄິ່ງກິນນອນເຂົ້າບັນດາໂຮງຮຽນເຂດຊາຍແດນ ໄດ້ແກ້ໄຂຄວາມກົດດັນອັນໃຫຍ່ຫຼວງໃຫ້ປະຊາຊົນ. ກ່ອນ ນັ້ນ, ການເດີນທາງແຕ່ເຮືອນໄປຫາໂຮງຮຽນແມ່ນໄກ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃຫ້ພໍ່ແມ່ນັກຮຽນ. ເລື່ອງນັກຮຽນມີບ່ອນກິນ, ບ່ອນພັກ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນ ມີຄວາມອຸ່ນອ່ຽນໃຈອອກແຮງງານ, ທຳການຜະລິດ.
