ວັນ​ທີ 22 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບທ່ານ ຮຸງ​ກາວ ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທະ​ຫານ​ເຮືອ ອາ​ເມ​ລິ​ກາ ພວມ​ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ, ທ່ານຟານ​ວັນ​ຢາງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ, ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ຄື: ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ບຳ​ລຸງ​ສ້າງ, ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ, ອຸດ​ສາ​ຫະ​ກຳ​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ, ເຫຼົ່າ​ຮົບ​… ຫວຽດ​ນາມ ປາດ​ຖະ​ໜາ​ຢາກຝ່າຍ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ໃນ​ນັ້ນ​ມີ​ການ​ເພີ່ມ​ເງິນ 130 ລ້ານ USD ໃຫ້​ແກ່​ໂຄງ​ການ​ກຳ​ຈັດ​ມົນ​ລະ​ພິດທາດ​ດີ​ໂອ​ຊິນຢູ່​ສະ​ໜາມ​ບິນບ​ຽນ​ຮ​ວ່າ, ທ່ານ​ສະ​ເໜີ​ສອງ​ຝ່າຍ​ສ້າງ​ໂຄງ​ການ​ໃຫ້​ສຳ​ເລັດ​ກ່ອນ​ປີ 2030. ຢັ້ງ​ຢືນ​ວ່າ ກະ​ຊວງ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຈະ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຄົ້ນ​ພົບ​ທະ​ຫານ ອາ​ເມ​ລິ​ກາ ຫາຍ​ຊາບ​ສູນ​ໃນ​ປາ​ງສົງ​ຄົມ (MIA) ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ປາດ​ຖະ​ໜາ​ຢາກ​ໃຫ້ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ເອ​ກະ​ສານ, ວັດ​ຖຸ​ອຸ​ປະ​ກອນ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ຫານ ຫວຽດ​ນາມ​ໃນ​ສົງ​ຄົມ ເພື່ອ​ໜູນ​ຊ່ວຍ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຢັ້ງ​ຢືນ ADN ອັດ​ຖິສົງ​ຄາມ.

ສ່ວນ​ທ່ານ ຮຸ່ງ​ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ກ່ຽວ​ກັບ​ຂົງ​ເຂດ​ການ​ເດີນ​ເຮືອ. ທ່ານ ຮຸ່ງ​ກາວ​ປາດ​ຖະ​ໜາ​ຢາກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ເວົ້າ​ສະ​ເພາະ ແລະ ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ​ເລິກ​ເຊິ່ງກວ່າ​ອີກ.