ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທີ 1 ພັກກອມມູນິດກູບາ Raul Castro |
ວັນທີ 2 ກຸມພາ, ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13. ໃນສານອວຍພອນມີຕອນຂຽນວ່າ : ຂ້າພະເຈົ້າຂໍອວຍພອນສະຫາຍ ໄດ້ຮັບບັນດາຜົນງານໃນການປະຕິບັດບັນດາມະຕິ ແລະ ບັນດາເປົ້າໝາຍຊຶ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ການຊັກຈູງຂອງແນວຄິດ ແລະ ຄຳໂອວາດຂອງປະທານໂຮ່ຈິມິນ, ປະຊາຊົນຫວຽດນາມຈະສືບຕໍ່ຈະຍາດໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກ່ວາອີກໃນກິດຈະການສ້າງສາສັງຄົມນິຍົມ.

