ວັນ​ທີ 15 ກັນ​ຍາ, ສິ້ນ​ສຸດ​ເດືອນ​ຈຸດ​ສຸມ​ຕ້ານ​ກາ​ນ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU) ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ (15/8-15/9). ມີຫຼາຍ​ມາດ​ຕະ​ການ​ສືບ​ຕໍ່​ໄດ້​​ຮັບ​ການປະ​ຕິ​ບັດ​ດ້ວຍ​ຄວາມ​ຕັດ​ສິນ​ໃຈຍົກ​ເລີກ​ບັດ​ເຫຼືອງ ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC). ເປົ້າ​ໝາຍ​ວາງ​ອອກ​ຂອງ​ເດືອ​ນ​ຈຸດ​ສຸມ​ແມ່ນ 100% ກຳ​ປັ່ນ​ຫາ​ປາ​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຄົບ​ຖ້ວນ​ຕ້ອງເຊື່ອມ​ຕໍ່​ກັບລະ​ບົບ​ຕິດ​ຕາມ​ການ​ເດີນ​ເຮືອ(VMS) ແລະ ແຈ້ງ​ໃນ​ລະ​ບົບ​ຄົ້ນ​ຫາ​ຕົ້ນ​ກຳ​ເນີນ​ເອ​ເລັກ​ໂຕ​ນິກ, ບໍ່​ປະ​ໃຫ້​ເກີດ​ກໍ​ລະ​ນີ​ກຳ​ປັ່ນ​ຫາ​ປາລະ​ເມີດ​ເຂດ​ທະ​ເລ​ຕ່າງ​ປະ​ເທດອີກ; ແກ້​ໄຂ​ບັນ​ດາ​ເອ​ກະ​ສານ​ລະ​ເມີດ​ທີ່​ຍັງ​ຄົງ​ຂ້າງ​ຢ່າງ​ເດັດຂາດ.

ຢູ່​ຕາ​ແສງ​ຝຸ​ອຽນ, ສະ​ຖານ​ທີ່ທີ່​ມີ​ກອງກຳ​ປັ່ນ​ຫາ​ປາເຄື່ອນ​ໄຫວ​ສ່ວນຫຼາຍ​ຢູ່​ເຂດ​ທະ​ເລ, ທ່ານ ຫງວຽນ​ຊວັນ​ແກງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ຝຸ​ອຽນ, ໃຫ້​ຮູ້​ວ່າ ວຽກ​ງານ​ຄຸ້​ມ​ຄອງ​ກອງກຳ​ປັ່ນ​ໄດ້​​ຮັບ​ການປະ​ຕິ​ບັດ​ດ້ວຍ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ ອຳ​ນາດ​ການ​ປົກ​ຄອງ, ​ທະ​ຫານ​ຊາຍ​ແດນ, ທ່າ​ກຳ​ປັ່ນ ແລະ ເຂດ​ຕົວ​ເມືອງ.

ຢູ່​ກ໋ວາງ​ຫງາຍ, ວຽກ​ງານ​ຕ້ານ​ການ​ຂຸດ​ຄົ້ນ IUU ໂດຍ​ແຂວງ ກ໋​ວາງ​ຫງາຍ​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດ, ໃນ​ທຸກອາ​ທິດ ຕ້ອງ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​. ເພາະ​ສະ​ນັ້ນ, ທຸກ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ທີ່​ກ່ຽວ​ຂ້ອງ​ເຖິງ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ ລ້ວນ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ການ. (IUU)

ພ້ອມ​ກັນ​ນັ້ນ, ຢູ່​ທ້ອງ​ຖິ່ນ​ແຄມ​ທະ​ເລ ແລະ ເຂດ​ພິ​ເສດ​ລີ​ເຊີນ, ທະ​ຫານ​ຊາຍ​ແດນ​ແຂວງ ກ໋​ວາງ​ຫງາຍ ເພີ່ມ​ທະ​ວີ​ການ​ໃກ້​ຊິດຕິດ​ແທດກັບ​ທ້ອງ​ຖິ່ນ, ກັບ​ປະ​ຊາ​ຊົນ, ​ແລະ ກຳ​ປັ່ນ, ຮ່ວມ​ເດີນ​ທາງພ້ອມ​ກັບ​ຊາວ​ປະ​ມົງ​ໃນ​ການ​ອອກ​ທະ​ເລ​ແຕ່​ລະ​ຖ່ຽວພ້ອມ​ທັງໂຄ​ສະ​ນາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ, ບັນ​ດາ​ຂໍ້​ກຳ​ນົດ IUU ເພື່ອ​ໃຫ້​ຊາວ​ປະ​ມົງ​ກຳ​ແໜ້ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ກວ່າ​ອີກ.