ມອບທຶນການສຶກສາ 50 ທຶນ ໃຫ້ແກ່ ນັກຮຽນປະສົບກັບຄວາມຫຍຸ້ງຍາກຈໍານວນໜຶ່ງໃນບໍລິເວນແຂວງບັກນິງ (ພາບ: daibieunhandan.vn)

ລາຍການດັ່ງກ່າວໄດ້ຮັບການປຸກລະດົມ ເພື່ອແນໃສ່ຕອບສະໜອງ “ລະດູແລ້ງປອດໄພສໍາລັບເດັກ”, ໂຮງຮຽນ, ຄອບຄົວໄດ້ສົມທົບກັບອໍານາດການປົກຄອງຂັ້ນຮາກຖານ, ບັນດາອົງການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນ ຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອແນໃສ່ຄຸ້ມຄອງ, ຕິດຕາມກວດກາ, ແນະນໍາເດັກລະຫຼີ້ນຢ່າງປອດໄພ, ປອດໃສ ແລະ ປ້ອງກັນ, ຫຼີກລ້ຽງອຸບັດຕິເຫດໃຫ້ແກ່ເດັກ, ພິເສດແມ່ນອຸບັດຕິເຫດດຶກນໍ້າ ປີ 2019.

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລົດຖີບ 110 ຄັນ, ທຶນການສຶກສາ 50 ທຶນ ແລະ ຂອງຂວັນໃຫ້ແກ່ນັກຮຽນປະສົບກັບຄວາມຫຍຸ້ງຍາກຈໍານວນໜຶ່ງໃນບໍລິເວນແຂວງບັກນິງ.