|
(ພາບ: VTV) |
ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບບາງຫົວໜ່ວຍຈັດຕັ້ງ. ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຟ້າມຮົ່ງຫາຍ ໃຫ້ຮູ້ວ່າ, ກອງປະຊຸມນີ້ ບໍ່ພຽງແຕ່ກ່ຽວກັບດ້ານວິຊາການເທົ່ານັ້ນ, ຫາກຍັງແມ່ນສ້າງເວທີປາໄສໃຫ້ບັນດາວິສາຫະກິດ, ບັນດາໂຮງຮຽນ, ສະຖາປັນແລກປ່ຽນບົດຮຽນໃນການພັດທະນາຂົງເຂດເອເລັກໂຕນິກ, ສື່ມວນຊົນ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ອີກດ້ວຍ.
ກອງປະຊຸມໄດ້ຈັດຕັ້ງປະຈຳປີ, ໄດ້ກາຍເປັນເວທີປາໄສໃຫຍ່ເພື່ອໃຫ້ບັນດາຜູ້ແທນປະກາດ ແລະ ນຳສະເໜີບັນດາບົດລາຍງານວິທະຍາສາດກ່ຽວກັບເອເລກໂຕນິກ, ສື່ມວນຊົນ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ… ທີ່ກອງປະຊຸມຄັ້ງນີ້, ຄະນະຈັດຕັ້ງໄດ້ຮັບ 70 ບົດລາຍງານວິທະຍາສາດຈາກບັນດາສະຖາບັນ, ໂຮງຮຽນ ແລະ ບັນດາອົງການຄົ້ນຄວ້າວິທະຍາສາດ.

