ວັນທີ 27 ມິຖຸນາ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງໃນອຳນາດການປົກຄອງຂອງປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ຄາດວ່າ, ອາເມລິກາ ຈະສົ່ງບ້ວງເງິນອຸປະຖຳທີ່ມີມູນຄ່ານັບຮ້ອຍລ້ານ USD ຕື່ມອີກໃຫ້ແກ່ ເວເນຊູເອລາ ໃນອາທິດນີ້, ໃນສະພາບການທີ່ວຽກງານຊອກຫາຜູ້ລອດຊີວິດ ພາຍຫຼັງເຫດແຜ່ນດິນໄຫວໃຫ່ຍ 2 ຄັ້ງຢູ່ປະເທດ ອາເມລິກາໃຕ້ນີ້ ຍັງສືບຕໍ່ເກີດຂຶ້ນ ແລະ ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 1430 ຄົນແລ້ວ. ບ້ວງເງິນອຸປະຖຳໃໝ່ນີ້ຈະຖືກຜັນຂະຫຍາຍ ພາຍຫຼັງບ້ວງເງິນທີ່ມີມູນຄ່າ 150 ລ້ານ USD ຊື່ງກະຊວງການຕ່າງປະເທດ ອາເມລິກາ ປະກາດ ພາຍຫຼັງເກີດເຫດແຜ່ນດີນໄຫວເມື່ອວັນທີ 24 ມິຖຸນາ, ອັນໄດ້ທຳລາຍປະເທດ ເວເນຊູເອລາ ຢ່າງໜັກໜ່ວງ.
ເຫດແຜ່ນດິນໄຫວຢູ່ ເວເນຊູເອລາ: ອາເມລິກາ ສົ່ງບ້ວງເງິນອຸປະຖຳທີ່ມີມູນຄ່ານັບຮ້ອຍລ້ານ USD ຕື່ມອີກ
[VOVWORLD] - ອາເມລິກາ ຈະສົ່ງບ້ວງເງິນອຸປະຖຳທີ່ມີມູນຄ່ານັບຮ້ອຍລ້ານ USD ຕື່ມອີກໃຫ້ແກ່ ເວເນຊູເອລາ ໃນອາທິດນີ້, ໃນສະພາບການທີ່ວຽກງານຊອກຫາຜູ້ລອດຊີວິດ ພາຍຫຼັງເຫດແຜ່ນດິນໄຫວໃຫ່ຍ 2 ຄັ້ງຢູ່ປະເທດ ອາເມລິກາໃຕ້ນີ້ ຍັງສືບຕໍ່ເກີດຂຶ້ນ
