ຕາມຂໍ້ມູນຫຼ້າສຸດໂດຍກະຊວງຖະແຫຼງຂ່າວ ເວເນຊູເອລາ ປະກາດວັນທີ 5 ກໍລະກົດ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວສອງຄັ້ງຢູ່ປະເທດນີ້ໄດ້ເພີ່ມຂຶ້ນເປັນ 3342 ຄົນ. ໄປຄຽງຄູ່ກັນນັ້ນ, ມີຜູ້ຮັບບາດເຈັບ 16470 ຄົນ, ໃນຂະນະທີ່ມີເຮືອນຊານຈຳນວນ 17.345 ຫຼັງຖືກເສຍຫາຍ. ເຫດແຜ່ນດິນໄຫວສອງຄັ້ງໃນວັນທີ 24 ມິຖຸນາ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຄົນ ແລະ ຊັບສິນຢູ່ເວເນຊູເອລາ. ບັນດາກຳລັງກູ້ໄພກູ້ຊີບຍັງສືບຕໍ່ຄົ້ນຫາຜູ້ປະສົບເຄາະຮ້າຍ ແລະ ໜູນຊ່ວຍຜູ້ໄດ້ຮັບຜົນສະທ້ອນ. ນີ້ແມ່ນໜຶ່ງໃນບັນດາເຫດແຜ່ນດິນໄຫວຮ້າຍແຮງທີ່ສຸດຢູ່ເຂດອາເມລິກາລາຕິນ.
