ກຳ​ລັງ​ກູ້​ໄພ​ກູ້​ຊີບ ເວ​ເນ​ຊູ​ເອ​ລາມ ພ້ອມ​ກັບ​ບັນ​ດາ​ທິມ​ກູ້​ໄພ​ກູ້​ຊີບ​ສາ​ກົນ ພວມ​ຊ່ວງ​ເສັງ​ກັບ​ເວ​ລາ​ເພື່ອ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ​ພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ​ສອງ​ຄັ້ງ​ທີ່​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ທີ 24 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ​ຢູ່​ປະ​ເທດ​ນີ້, ໃນ​ສະ​ພາບ​ການ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໂດຍ​ໄວ.

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

ປະ​ຊາ​ຄົມ​ສາ​ກົນ​ພວມ​ເພີ່ມ​ທະ​ວີ​ການ​ໜູນ​ຊວ່ຍ​ເວ​ເນ​ຊູ​ເອ​ລາ. ບັນ​ດາ​ທິມ​ກູ້​ໄພ​ກູ້​ຊີບ​ມາ​ຈາກ ເອ​ສະ​ວາ​ໂດ, ເມັກ​ຊີ​ໂກ, ສະ​ວິດ, ແອັດ​ສະ​ປາຍ, ຈີ​ເລ ແລະ ເຢຍ​ລະ​ມັນ​ພ້ອມ​ກັ​ບຫຼາຍ​ປະ​ເທດ​ອື່ນ​ພວມ​ມີ​ໜ້າ ຫຼື​ພວມ​ເດີ​ນ​ທາງ​ມາ​ຍັງ​ສະ​ຖານ​ທີ່​ເກີດ​ເຫດ.ອາ​ເມ​ລິ​ກາ ກໍ່​ຜັນ​ຂະ​ຫຍາຍ​ບັ້ນ​ກູ້​ຊ່ວຍ​ຂອບ​ຂະ​ໜາດ​ໃຫຍ່ ດ້ວຍ​ກຳ​ປັນ​ສູ້​ຮົບ, ເຮືອ​ບິນ​ຂົນ​ສົ່ງ, ເຮ​ລີ​ກອບ​ເຕີ ແລະ ໃຫ້ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊວ່ຍ​ເງິນ 150 ລ້ານ USD