ຕາມ​ຕົວ​ເລກ​ທາງ​ການ​ທີ່ປະ​ກາດ​ໃນ​ວັນ​ທີ 30 ມິ​ຖຸ​ນາ, ວິ​ນາດ​ຕະ​ກຳ​ແຜ່ນ​ດິນ​ໄຫວ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 1.943 ຄົນ ແລະ ຜູ້​ຖືກ​ບາດ​ເຈັບ 10.500 ຄົນ. ທ່ານ Christian Lindmeier ໂຄ​ສົກ WHO ໃຫ້​ຮູ້​ວ່າ ບັນ​ດາ​ຮາກ​ຖານ​ສ​າ​ທາ​ລະ​ນະ​ສຸກ​ປະ​ເທດ​ນີ້​ພວມ​ເຄື່ອນ​ໄຫວ​ເກີນ​ກຳ​ລັງ​ແຮງ ຍ້ອນ​ມີຈຳ​ນວນ​ຜູ້​ບາດ​ເຈັບ​ຈຳ​ນວນຫຼວງຫຼາຍ​ໄດ້​ສົ່ງ​ມາ​ປິ່ນ​ປົວ. ຄວາມ​ສ່ຽງ​​ເກີດລະບາດ​ພະ​ຍາດ​ຕ່າງໆ​ອາດສາ​ມາດ​ປ້ອງ​ກັນ​ດ້ວຍ​ວັກ​ຊິນ​, ຄື: ພະ​ຍາດ​ໝາກ​ແດງ ແລະ ຄໍ​ຕີບ ພວມ​ເພີ່ມ​ຂຶ້ນ ຍ້ອນ​ອັດ​ຕ​າ​ສັກ​ວັກ​ຊິນ​ຢູ່ ເວ​ເນ​ຊູ​ເອ​ລາ ​ໄລ​ຍະ​ກ​່ອນ​ເກີດ​ເຫດ​ແຜ່ນ​ດິນ​ໄຫວແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ​ຢູ່​ແລ້ວ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ປະ​ເທດ​ນີ້ ​ກໍ່ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ບັນ​ດາ​ພະ​ຍາດ​ຕິດ​ແປດ​ຜ່ານ​ໂຕ​ຍຸງ ແລະ ແຫຼ່ງ​ນ້ຳ ກໍ່​ເພີ່ມ​ຂຶ້ນ.

ທ່ານ​ນາງ Delcy Rodriguez ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ: ໂຮງ​ໝໍ 38 ແຫ່ງໄດ້​ຖືກ​ຜົນ​ກະ​ທົບ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ, ໃນ​ຂະ​ນະ​ທີ່​ໂຮງ​ໝໍ​ແຫ່ງ​ຕ່າງໆທີ່​ຍັງ​ເຫຼືອ​​ຍັງ​ສືບ​ຕໍ່​ຮັກ​ສາ​ການ​ເຄື່ອນ​ໄຫວ ແຕ່ຢູ່​ໃນ​ສະ​ພາ​ວະ​ເກີນ​ຂອບ​ຂ​ະ​ໜາດກຳ​ລັງ.