ວັນທີ 10 ສິງຫາ, ເຫດແຜ່ນດິນໄຫວມີຄວາມແຮງ 7,4 ອົງສາຣິກເຕີເຮັດໃຫ້ໂກລົມເບຍສັ່ນສະເທືອນ ໄດ້ກໍ່ຜົນຕາມມາຢ່າງໜັກໜ່ວງ ເຮັດໃຫ້ 132 ຄົນເສຍຊີວິດ, 570 ຄົນຖືກບາດເຈັບ ແລະ ກິດຈະກຳນັບໝຶ່ນແຫ່ງຖືກເປເພ. ຕອນເຊົ້າວັນທີ 11 ສິງຫາ, ວິທະຍຸກະຈາຍສຽງ Caracol ໄດ້ຄັດສະເໜີຕົວເລກຫຼ້າສຸດຂອງລັດຖະບານ ໂກລົມເບຍໂດຍໃຫ້ຮູ້ວ່າ ເຫດແຜ່ນດິນໄຫວໄດ້ເຮັດໃຫ້ກິດຈະກຳເຮືອນຢູ່ເກືອບ 1.600 ແຫ່ງຖືກເປເພ, ໃນນັ້ນມີ 61 ກິດຈະກຳຖືກທຳລາຍທັງໝົດ. ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານໂກລົມເບຍ ໄດ້ປະກາດວິນາດຕະກຳລະດັບຊາດ, ພ້ອມທັງຈັດສົ່ງກຳລັງກູ້ໄພກູ້ຊີບໄປຍັງບັນດາເຂດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ບັນດາທິມຄົ້ນຫາ ແລະ ກູ້ໄພກູ້ຊີບມາຈາກ Bogota, Envigado, Yopal ແລະ Medellin ໄດ້ຈັດສົ່ງໄປຍັງສະຖານທີ່ເກີດເຫດເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ.
