ມາຮອດປັດຈຸບັນ, ເຫດວິນາດຕະການໄດ້ເຮັດໃຫ້ກວ່າ 3.800 ຄົນຫາຍສາບສູນ, 240 ຄົນເສຍຊີວິດ. ເຫດແຜ່ນດິນໄຫວໄດ້ເຮັດໃຫ້ບັນດານະຄອນຂຶ້ນກັບເຂດປູກກາເຟທາງທິດຕາເວັນຕົກ ແລະ ເຂດດິນແດນແຄມ ປາຊີຟິກ ຂອງໂກລົມເບຍ ສັ່ນສະເທືອນ, ດ້ວຍຈຸດໃຈກາງນອນຢູ່ໃກ້ເຂດ San José del Palmar ຂຶ້ນກັບ Choco. ອົງການຮັບມືສຸກເສີນລະດັບຊາດຄາດວ່າເຫດແຜ່ນດິນໄຫວເຮັດໃຫ້ກວ່າ 1.495 ຄົນຖືກບາດເຈັບ ແລະ ສົ່ງຜົນສະທ້ອນເຖິງກວ່າ 350 ຕົວເມືອງຂຶ້ນກັບ 12 ແຂວງ, ເຮັດໃຫ້ເຮືອນເກືອບ 5.000 ຫຼັງຖືກເປ່ເພເສຍຫາຍ.
