ເຫດການດັ່ງກ່າວເກີດຂຶ້ນຢູ່ນອກຝັ່ງທະເລ Tunisia (ພາບ: AFP/TTXVN)

ມີ 33 ຄົນໂຊກດີລອດຊີວິດມາໄດ້ ພາຍຫຼັງທີ່ຈັບໃສ່ເຄື່ອງເຈາະນ້ຳມັນຢູ່ເຂດຝັ່ງທະເລທາງທິດໃຕ້ Tunisia. ໃນນັ້ນສ່ວນຫຼາຍແມ່ນຊາວ ບັງກະເລເທດ. ເຫດການດັ່ງກ່າວເກີດຂຶ້ນຢູ່ນອກຝັ່ງທະເລນະຄອນຫຼວງ Tunis ຂອງປະເທດນີ້.

ຫຼາຍເຫດການກ່ຳປັ່ນຫຼົ້ມຖືກເກີດຂຶ້ນຢູ່ເຂດດັ່ງກ່າວໃນຊຸມອາທິດມໍ່ໆມານີ້, ໃນສະພາບການທີ່ເພີ່ມທະວີກ່ຳປັ່ນຂົນສົ່ງຊາວອົບພະຍົບ ຂ້າມທະເລຈາກ Tunisia ແລະ ລີບີ ໄປຍັງ ອີຕາລີ ໃນຂະນະທີ່ດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ບັນດາກ່ຳປັ່ນເຫຼົ່ານັ້ນ ສ່ວນຫຼາຍແມ່ນຂົນສົ່ງຜູ້ອົບພະຍົບເກີນຂອບເຂດບັນຈຸ, ເດີນທາງໃນຕອນກາງຄືນ, ນັບທັງເວລາທີ່ດິນຟ້າອາກາດບໍ່ອຳນວຍຄວາມສະດວກ ເພື່ອຫຼີກລ້ຽງກຳລັງປ້ອງກັນຝັ່ງທະເລຄົ້ນພົບ ແລະ ໄດ້ຮັບຖືວ່າ ນີ້ແມ່ນບັນຫາສາຍເຫດທີ່ກໍ່ໃຫ້ເກີດເຫດກ່ຳປັ່ນຫຼົ້ມເປັນປະຈຳ.