ເຮືອບິນ An-148 ທີ່ຕົກຢູ່ຊານນະຄອນຫລວງ ມົດສະກູ (ພາບ: Reuters) |
ກະຊວງສະພາວະສຸກເສີນ ລັດເຊຍ ກໍ່ໄດ້ປະກາດບັນຊີລາຍຊື່ຜູ້ເສຍຊີວິດ ໃນນັ້ນມີເດັກນ້ອຍ 3 ຄົນ ແລະ ບໍ່ມີຊາວ ຫວຽດນາມ. ກຳລັງກູ້ໄພກູ້ຊີບໄດ້ຊອກເຫັນສົບຄົນຕາຍ 2 ສົບ.
ເຮືອບິນ An-148 ໄດ້ຂາດສັນຍານຕິດຕໍ່ສື່ສານຈາກ ຈໍເຣດາ ພາຍຫລັງບິນຂຶ້ນຈາກສະໜາມບິນ Domodedovo ຢູ່ ມົດສະກູ ໃນວັນດຽວກັນພຽງ 2,3 ນາທີ. ເຮືອບິນ Antonov An-148 ຂອງບໍລິສັດການບິນ Saratov Airlines ພວມບິນໄປນະຄອນ Orsk ຂຶ້ນກັບເຂດ Urals ແຕ່ໄດ້ຕົກຢູ່ເມືອງ Ramensky ຊານນະຄອນຫລວງ ມົດສະກູ. ຕາມບັນດາອົງການສື່ມວນຊົນ ລັດເຊຍ ແລ້ວ, ເຮືອບິນບັນທຸກຜູ້ໂດຍສານ 65 ຄົນ ແລະ ຈຸບິນ 6 ຄົນ.

