ວັນທີ 11 ມິຖຸນາ (ຕາມເວລາທ້ອງຖິ່ນ), ເຫດຮ້ອງຟ້ອງທາງແພ່ງ ຂອງທ່ານນາງ ເຈິ່ນໂຕງາ ຕ້ານຄືນບັນດາກຸ່ມບໍລິສັດເຄມີຂອງ ອາເມລິກາ ຫາກໍ່ຮັບຮູ້ການຜັນແປໃໝ່ທີ່ໜ້າສົນໃຈ, ເມື່ອທະນາຍຄວາມຜູ້ຕາງໜ້າໄອຍະການສູງສຸດ ຝລັ່ງ ຍົກອອກຂໍ້ສະເໜີແນະສະເໝີຍົກເລີກຄຳຕັດສິນຂອງສານອຸທອນ ປາຣີ, ຄຳຕັດສິນທີ່ເຄີຍປະຕິເສດຄຳຮ້ອງຟ້ອງຂອງ ທ່ານນາງ ເຈິ່ນໂຕງາ ໂດຍອີງຕາມສິດຍົກເວັ້ນນິຕິບັນຍັດຂອງບັນດາວິສາຫະກິດ.
ການກະທຳດັ່ງກ່າວໄດ້ຮັບການຕີລາຄາວ່າ ແມ່ນບາດກ້າວສຳຄັນ, ອາດສາມາດເຮັດໃຫ້ປ່ຽນແປງສະພາບການທາງດ້ານນິຕິກຳ ແລະ ເປີດຊ່ອງທາງໃຫ້ແກ່ການພິພາກສາເນື້ອໃນຄະດີຄືນ. ໂດຍເຂົ້າຮ່ວມການຖະແຫຼງຂ່າວຢູ່ສະພາສູງ ຝລັ່ງ, ທ່ານ Michelle Gréaume, ສະມາຊິກສະພາສູງພັກກອມມູນິດ ຝລັ່ງ, ຢືນຢັນຫຼັກໝັ້ນສະໜັບສະໜູນຕໍ່ ທ່ານນາງ ເຈິ່ນໂຕງາ ແລະ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢ່າງສິ້ນເຊີງ.
“ຂ້າພະເຈົ້າຮູ້ສຶກເປັນກຽດທີ່ມີໜ້າຢູ່ແຫ່ງນີ້ເພື່ອສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກບັນດາທາດພິດເຄມີທີ່ນຳໃຊ້ໃນສົງຄາມ ທັງໝົດໃນທົ່ວໂລກ… ສຳລັບກໍລະນີຂອງ ທ່ານນາງ ເຈິ່ນໂຕງາ, ຂ້າພະເຈົ້າຄິດວ່າ ປະເທດ ຝລັ່ງ ມີບົດບາດຕ້ອງແບກຫາບການຍອມຮັບບັນຫາຂອງບັນດາຜູ້ປະສົບເຄາະຮ້າຍນີ້”.
