(ພາບປະກອບ: EPA/TTXVN) |
ພ້ອມທັງຮຽກຮ້ອງໃຫ້ພຽງຢາງ ບໍ່ໄດ້ດຳເນີນບໍ່ວ່າເຫດຍິງທົດລອງລູກສອນໄຟໃດໆຕື່ມອີກ ແລະ ຢຸດຕິບັນດາໂຄງການພັດທະນານິວເຄຼຍ ແລະ ລູກສອນໄຟ. ຖະແຫຼງການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຊີ້ແຈ້ງວ່າ ສິ່ງສຳຄັນທີ່ສຸດໃນປະຈຸບັນແມ່ນ ສປປ.ເກົາຫຼີ ຕ້ອງມີການກະທຳລະອຽດ ໃນທັນທີ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ, ພ້ອມທັງຮຽກຮ້ອງໃຫ້ທຸກໆປະເທດໃນໂລກປະຕິບັດບັນດາມາດຕະການລົງໂທດ ຕໍ່ອຳນາດການປົກຄອງພຽງຢາງ ຢ່າງເຂັ້ມງວດ. ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍສະແດງໃຫ້ເຫັນ “ຄຳໝັ້ນສັນຍາເດີນຕາມມາດຕະການແກ້ໄຂດ້ານການເມືອງ, ການທູດ ແລະ ສັນຕິພາບ” ເພື່ອແກ້ໄຂບັນຫາສປປ.ເກົາຫຼີ.
ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ ໄດ້ໃຫ້ຂ່າວວ່າ, ການນຳ Kim Jong un ຫາກໍ່ຮຽກຮ້ອງໃຫ້ດຳເນີນເຫດຍິງລູກສອນໄຟຄັ້ງໃໝ່ແນໃສ່ມະຫາສະມຸດປາຊີຟິກ ຫຼາຍລູກຕື່ມ.

