ສະຖານທີ່ເກີດເຫດ (ພາບ: washingtonpost.com) |
ລົດຕຳຫລວດ, ລົດໂຮງໝໍ ແລະ ລົດບັນທຸກບາງຄັນໄດ້ໄປສະຖານທີ່ເກີດເຫດ. ຕຳຫລວດໃຫ້ຮູ້ວ່າ: ກຳລັງນີ້ ພວມປິດລ້ອມຕຶກອາຄານນີ້ ແລະ ຮັບປະກັນຄວາມປອດໄພໃຫ້ຄົນຜູ້ອື່ນໆ. ປັດຈຸບັນ ຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນເຫດການດັ່ງກ່າວ. ນີ້ແມ່ນເຂດເຮືອນຢູ່ຂອງທະຫານຜ່ານເສິກໃຫຍ່ສຸດຂອງປະເທດ ອາເມລິກາ ມີປະມານ 1.000 ຄົນພວມດຳລົງຊີວິດຢູ່ທີ່ນີ້.

