ສະຖານທີ່ເກີດເຫດຍິງປືນຢູ່ ອັງກິດ ພາບ: Sky News |
ຕຳຫລວດທ້ອງຖິ່ນໃຫ້ຮູ້ວ່າ: 9 ຄົນ, ໃນນັ້ນມີເດັກນ້ອຍ 2 ຄົນຖືກຮັບບາດເຈັບ ແຕ່ບໍ່ເປັນອັນຕະລາຍຕໍ່ຊີວິດອີນຊີ. ປັດຈຸບັນ ຕຳຫລວດ ອັງກິດ ພວມມານະພະຍາຍາມຢັ້ງຢືນຢ່າງຊັດເຈນສະຖານທີ່ເກີດເຫດດັ່ງກ່າວ ແລະ ບັນດາເປົ້າໝາຍທີ່ກໍ່ໃຫ້ເກີດເຫດບຸກໂຈມຕີນີ້. ຕຳຫລວດກໍ່ໄດ້ເພີ່ມທະວີກຳລັງລາດຕະເວນຢູ່ນະຄອນ Manchester ໃນຊຸມວັນຈະມາເຖິງ.

