ເກີດເຫດ​ຍິງ​ປືນ​​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ Virginia (ອາ​ເມ​ລິ​ກາ) ໃນ​ຕອນ​ເຊົ້າ​ວັນ​ທີ 15 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ). ມີ 5 ຄົນ​ຮັບ​ບາດ​ເຈັບ​ຍ້ອນ​ຖືກ​ຍິງ. ແຈ້ງ​ການ​ຈາກ​ຝ່າຍ​ມະ​ຫາ​ວິ​ທະ​ຍາ​ໄລ​ໃຫ້​ຮ້​ູ​ວ່າ ເຫດ​ການ​ກ່ຽວ​ຂ້ອງ​ເຖິງ​ຜູ້​ຖ​ືກ​ສົງ​ໄສ​ຫ​ຼາຍ​ຄົນ. ໃນ​ຈຳ​ນວນ​ຜູ້​ຮັບ​ບາດ​ເຈັບ, ມີ​ຄົນ​ໜຶ່ງ​ມີ​ອາ​ການ​ສາຫັດ, 4 ຄົນ​ຮັບ​ບາດ​ເຈັບເລັກໜ້ອຍ. ບັນ​ດາ​ຜູ້​ຖືກ​ເຄາະ​ຮ້າຍ​ໄດ້​ສົ່ງ​ໄປ​ປິ​່​ນ​ປົວ​ຢູ່​ໂຮງ​ໝໍ​ໃນ​ເຂດ. ເຈົ້າ​ໜ້າ​ທີ່ກໍ່​ກ່າວ​ເຕືອນ​ວ່າ ທຸກ​ຄົນ​ຄວນຫຼີກລ່ຽງການ​ເຂົ້າ​​ໃກ້​ເຂດ​ເກີດ​ເຫດ. ຕຳ​ຫຼວດ​ໄດ້​ມາ​ສະ​ຖາ​ນ​ທີ່​ເກີດ​ເຫດພາຍ​ຫຼັງ​ເກີດ​ການ​ຍິງ​ປືນ ແລະ ດຳ​ເນີນ​ການ​ສືບ​ສວນ.