ເຫດວາງລະເບີດເກີດຂຶ້ນຢູ່ບ້ານ Salik Atik, ທາງພາກໃຕ້ Tal Abyad. ຝ່າຍ ຕວັກກີ ໄດ້ກ່າວຫາບັນດາມືປືນຊາວ Kurd ຢູ່ ຊີຣີ ໄດ້ກໍ່ໃຫ້ເກີດເຫດການດັ່ງກ່າວ.
ເຫດວາງລະເບີດດ້ວຍລົດໂອໂຕຢູ່ ຊີຣີ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ (ພາບ: AFP/TTXVN) |
ເດືອນ ຕຸລາ ຜ່ານມາ, ຕວັກກີ ໄດ້ປຸກລະດົມການບຸກໂຈມຕີເຂດທາງທິດຕາເວັນອອກສ່ຽງເໜືອ ຊີຣີ ໃກ້ກັບຊາຍແດນ ຕວັກກີ, ແນໃສ່ກວາດລ້າງບັນດາມືປືນສັງກັດກຳລັງບັນດາກົມກອງປົກປ້ອງປະຊາຊົນຊາວ Kurd (YPG) ເຊິ່ງ Ankara ຖືວ່າ: ຂຶ້ນກັບພັກກຳມະກອນຊາວ Kurd (PKK) ທີ່ຖືກຖືເປັນການກໍ່ການຮ້າຍ.

