ວັນ​ທີ 06 ກັນ​ຍາ, ທ່ານ Mohsen Rezae, ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສຸງ​ສຸດ ອີ​ຣານ ຖະ​ແຫຼງວ່າ ອີ​ຣານ ຈະ​ສືບ​ຕໍ່​ປິດ​ຊ່ອງ​ແຄບ​ທະ​ເລ Hormuz, ກ່າວ​ເຕືອນ​ຈະ​ເພີ່ມ​ທະ​ວີ​ການ​ໂຕ້​ຕອບ​ຢ່າງ​ແຮງ​ຖ້າ​ຖືກ​ ອາ​ເມ​ລິ​ກາ ເກາະ​ຜິດ. ທ່ານ​ຊີ້​ແຈ້ງວ່າ ຊ່ອງ​ແຄບ​ທະ​ເລ Hormuz ຈະ​ບໍ່​ໄດ້​ເປີດ​ຄືນອີກ ຖ້າອາ​ເມ​ລິ​ກາ ບໍ່ປະ​ລະ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ຕ້ານ ອີ​ຣານ. ພິ​ເສດ, ທ່ານ​ໄດ້​ກ່າ​ວ​ເຕືອນ​ວ່າ ປະ​ເທດນີ້​ຈະ​ກຳ​ນົດ​ເຂດ​ຖືກ​ຈຳ​ກັດຢູ່​ອ້ອມ​ຊ່ອງ​ແຄບ​ທະ​ເລ Hormuz. ພາ​ຫະ​ນະ​ໃດ​ເດີນ​ທາງ​ເຂົ້າມາ​ເຂດທີ່​ຖືກ​ກຳ​ນົດ​ວ່າ​ ຈຳ​ກັດ, ຈະ​ຖືກ​ຈັດ​ເຂົ້າໃນ​ບັນ​ຊີ​ກຳ​ປັ່ນ​ລະ​ເມີດ ແລະ ຖືກ​ຫ້າມເດີນທາງ​ໄປ​ມາ​ຜ່ານເຂດ​ທະ​ເລ​ຂອງ ອີ​ຣານ.

ຄຳ​ກ່າວ​ເຕືອນ​ຂອງວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຣານ ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ທີ່ໃນ​ຊຸມມື້​ຜ່ານ​ມາ ບັນ​ດາ​ກຳ​ລັງ​ຂອງ ອາ​ເມ​ລິ​ກາ ແລະ ອີ​ຣານ ສືບ​ຕໍ່​ເກີດ​ການ​ປະ​ທະ​ກັນ​ຢ່າງ​ດຸເດືອດ. ໃນ​ນັ້ນ, ສະ​ເພາະ​ການ​ບຸກ​ໂຈມ​ຕີ​ຂອງ ອາ​ເມ​ລິ​ກາ ແນ​ໃສ່​ ອີ​ຣານ ໃນ​ຕອນ​ຄ່ຳ​ວັນ​ທີ 03 ກັນ​ຍາ, ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 18 ຄົນ​ເສຍ​ຊີ​ວິດ ແລະ ກວ່າ 140 ຄົນ​ຮັບ​ບາດ​ເຈັບ.